|
|
 |
ການບໍລິການ LDB Online Statement |
|
LDB Online Satement ເປັນການບໍລິການທີ່ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ຜູ້ທີ່ມີຈຸດປະສົງຕ້ອງການຕິດຕາມການ ເຄື່ອນໄຫວຂອງບັນຊີຕົນເອງ ຜ່ານທາງລະບົບ Internet |
 |
ປະໂຫຍດທີ່ທ່ານຈະໄດ້ຮັບຈາກການບໍລິການ LDB Online Statement |
|
ທ່ານສາມາດນໍາໃຊ້ບໍລິການ LDB Online Statement ໄດ້ທົ່ວທຸກມູມໂລກທີ່ສາມາດເຊື່ອມຕໍ່ Internet. ເຊິ່ງທ່ານສາມາດກວດ ສອບລາຍການບັນຊີ ແລະ ຍອດເຫຼືອບັນຊີຜ່ານທາງລະບົບ Internet; ສາມາດກວດ ສອບລາຍລະອຽດຂອງເງິນຝາກປະຈໍາ ແລະ ເງິນກູ້ຕິດຕາມໜີ້ຄ້າງສຳລະ; ສາມາດກວດສອບ Mini-Statement ຂອງເງິນຝາກປະຢັດ, ກະແສລາຍວັນ ແລະ ເງິນ ຝາກປະຈໍາ; ທ່ານສາມາດປ່ຽນລະຫັດ ຜ່ານເຂົ້າໃຊ້ບໍລິການ Online Statement ດ້ວຍຕົວທ່ານເອງໄດ້ ແລະ ອື່ນໆອີກ. |
 |
ເຊື່ອໜັ້ນໃນການຮັກສາຄວາມປອດໄພຂອງລະບົບ LDB Online Statement |
|
ທ່ານສາມາດໝັ້ນໃຈໃນມາດຕະຖານ ເທັກໂນໂລຊີ ລະບົບຮັກສາຄວາມປອດໄພ ແລະ ການຈັດເກັບຂໍ້ມູນ ການເຮັດວຽກຂອງທ່ານໄດ້ ເພາະທາງທະນາຄານມີການວາງລະບົບເຄືອຂ່າຍ ແລະ Firewal ທີ່ມີປະສິດທິ ພາບ ແລະ ການເຂົ້າລະຫັດຂໍ້ມູນ (Data Encryption) ແລະ ລະຫັດຜ່ານເຂົ້າລະບົບໃນການເຂົ້າໃຊ້ບໍລິການ LDB Online Statement. |